ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນປະກາດ​ຊ່ວຍເຫຼືອ​ຜູ້​ສົ່ງ​ອອກ​ອາຫານ​ທະເລ


     ສຳນັກ​ຂ່າວ ເອ​ພີ ລາຍ​ງານ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ຟູ​ມິ​ໂອະ ກິ​ຊິ​ດະ, ນາຍົກລັດຖະມົນຕີ ຍີ່ປຸ່ນ ປະກາດ ກອງ​ທຶນ​ສຸກ​ເສີນຈຳນວນ 141 ລ້ານ​ໂດ
​ລາ​ສະຫະລັດ ເພື່ອ​ຊ່ວຍເຫຼືອ​ຜູ້​ສົ່ງ​ອອກ​ອາຫານ​ທະເລ ທີ່​ໄດ້​ຮັບ​ຜົນ​ກະທົບ​ຍ້ອນ ​ສປ ຈີນ ໂຈະ​ການ​ນຳ​ເຂົ້າ​ອາຫານ​ທະເລ ຈາກ​ຍີ່ປຸ່ນ, ຫຼັງ​ຈາກປ່ອຍ
​ນ້ຳ​ປົນ​ເປື້ອນ​ກຳມັນ​ຕະ​ພາບ​ລັງສີ ທີ່​ໄດ້​ຮັບ​ການ​ບຳບັດ​ແລ້ວ ຈາກ​ໂຮງ​ໄຟຟ້າ​ພະລັງງານ​ນິວ​ເຄລຍ ຟູ​ກູ​ຊິ​ມະ ທີ່​ເປ່​ເພ ລົງ​ສູ່ທະເລ, ອາດສ່ຽງ​ມີ​ສານ
​ປົນ​ເປື້ອນ​ເຄ​ມີ​ຕິດ​ຢູ່​ໃນ​ສັດ​ນ້ຳ​ທະເລ.

     ການ​ປ່ອຍ​ນ້ຳ​ເປື້ອນ​ດັ່ງກ່າວ, ລົງ​ສູ່​ທະເລ ໃນ​ວັນ​ທີ 24 ສິງຫາ ຜ່ານ​ມາ. ຄາດ​ວ່າ, ຈະ​ດຳເນີນ​ປ່ອຍ​ນ້ຳ​ປົນ​ເປື້ອນເປັນ​ເວລາ​ຫຼາຍ​ປີ​ຕໍ່ໜ້າຈຶ່ງ​ສຳເລັດ.
ສະມາຄົມ​ຊາວ​ປະມົງ​ຍີ່ປຸ່ນ ແລະ ບັນດາ​ກຸ່ມ​ປະເທດ​ໃກ້​ຄຽງມີ​ການ​ຕໍ່ຕ້ານ​ຢ່າງ​ແຂງ​ຂັນຕໍ່​ການ​ປ່ອຍ​ນ້ຳ​ດັ່ງກ່າວ​ນັ້ນ ແລະ ​ສປ ຈີນ ກໍ​ໄດ້​ຫ້າມ​ທຸກ​ການ
​ນຳ​ເຂົ້າອາຫານ​ທະ​ເລ ຈາກ ຍີ່ປຸ່ນ ທັງ​ໝົດ​ໃນ​ທັນທີ. ຂະນະ​ທີ່ ​ສປ ຈີນ ເປັນ​ຕະຫຼາດ​ຕ່າງປະເທດ ເພື່ອ​ຈຳໜ່າຍ​ອາຫານ​ທະເລຂອງ​ ຍີ່ປຸ່ນ ໃຫຍ່​ທີ່​ສຸດ
ແລະ ການ​ຫ້າມ​ດັ່ງກ່າວກໍ​ເປັນ​ການ​ສ້າງ​ຄວາມ​ເສຍ​ຫາຍໃຫ້​ແກ່​ອຸດສາຫະກຳ​ການ​ປະມົງ​ຍີ່ປຸ່ນ​ຢ່າງ​ຫຼວງຫຼາຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/09/2023